ເວລາ : August 1, 2018, 3:10 pmວັນທີ່ 23 ກໍລະກົດ 2018, ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ທີ່ແຂວງອັດຕະປື ແຕກ ເປັນເຫດໃຫ້ມີຜູ້ສູນຫາຍ 100 ກວ່າຄົນ ແລະ 6,600 ກວ່າຄົນ ບໍ່ມີທີ່ຢູ່. ພາຍຫຼັງທີ່ເຂື່ອນແຕກ ລັດຖະບານລາວ ກໍ່ໄດ້ອອກແຈ້ງການຂໍຄວາມຊ່ວຍເຫຼືອມາຍັງ ອົງກອນຈັດຕັ້ງລັດ, ເອກະຊົນ ແລະ ພາກສ່ວນອື່ນໆ ທັງພາຍໃນ ແລະ ຕ່າງປະເທດ.
ວັນທີ່ 30 ກໍລະກົດ 2018, ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບັນດາຂາຮຸ້ນທັງຫຼາຍ, ພ້ອມດ້ວຍພະນັກງານ ໄດ້ມອບເງິນຊ່ວຍເຫຼືອແກ່ຜູ້ປະສົບໄພນໍ້າຖ້ວນໃນຄັ້ງນີ້ ເປັນມູນຄ່າ 9,500,000 ກີບ (ເກົ້າລ້ານຫ້າແສນກີບ) ເພື່ອເປັນການປະກອບສ່ວນໃນການບັນເທົາທຸກແກ່ຜູ້ປະສົບໄພນໍ້າຖ້ວມ ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ທ່ານ ລິນລີ, ຜູ້ອຳນວຍການ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ເປັນຜູ້ຕາງໜ້າມອບເງິນຊ່ວຍເຫຼືອ ແລະ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ ແລະ ຂໍເປັນກຳລັງໃຈໃຫ້ປະຊາຊົນພົ້ນຈາກໄພອັນຕະລາຍ ແລະ ສາມາດຟື້ນກັບສູ່ສະພາບປົກກະຕິໂດຍໄວ.
ໂອກາດນີ້ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບັນດາຂາຮຸ້ນທັງຫຼາຍ ແລະ ພະນັກງານທຸກຄົນ ທີ່ເປັນຫ່ວງ ແລະ ໃຫ້ຄວາມຊ່ວຍເຫຼືອມອບເງິນໃຫ້ກັບຜູ້ປະສົບໄພໃນຄັ້ງນີ້.
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
