ເວລາ : September 14, 2018, 11:25 am
ໃນວັນທີ່ 04 ກັນຍາ 2018 ບໍລິສັດຫຼັກຊັບ ລາວ-ຈີນ(ບລຈ) ຮ່ວມກັບລັດວິສະຫະກິດ ໂຮງງານຜະລິດຢາເລກ 3 ໄດ້ຮ່ວມກັນຈັດງານສຳມະນາແລກປ່ຽນຄວາມຮູ້ດ້ານການຊື້-ຂາຍຫຼັກຊັບ ໃຫ້ແກ່ຄະນະຜູ້ບໍລິຫານ ໂຮງງານຜະລິດຢາເລກ 3 ທີ່ຫ້ອງປະຊຸມຂອງ ລັດວິສະຫະກິດ ໂຮງງານຜະລິດຢາເລກ 3.
ເຊິ່ງລັດວິສະຫະກິດ ໂຮງງານຜະລິດຢາເລກ 3 ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ດຣ ນ. ມະນີວອນ ສີສະແຫວງສຸກ ຮອງຜູ້ອຳນວຍການລັດວິສະຫະກິດ ໂຮງງານຜະລິດຢາເລກ 3 ແລະ ຄະນະພະແນກ, ເຊິ່ງ ບລຈ ເຂົ້າຮ່ວມໂດຍ ທ່ານ ລິນລີ ຜູ້ອຳນວຍການ, ທ່ານ ບຸນທະວີ ສີດາວົງສ໌ ຮອງຜູ້ອຳນວຍການ ແລະ ທ່ານ ພົງສະຫວັດ ລືນາມ ຮັກສາການຫົວໜ້າພະແນກທີ່ປຶກສາດ້ານການລົງທຶນ, ຈາກນັ້ນກໍ່ໄດ້ນຳສະເໜີວຽກງານກ່ຽວກັບຫຼັກຊັບໂດຍ ທ່ານ ພົງສະຫວັດ ລືນາມ, ໂດຍໃນງານມີການນຳສະເໜີ 2 ຫົວຂໍ້ໃຫຍ່ ຈາກ ບລຈ ຄື: ຜົນປະໂຫຍດ ແລະ ເງື່ອນໄຂຂອງການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນ ແລະ ຜົນຕອບແທນຈາກການລົງທຶນໃນຫຼັກຊັບ.
ພາຍໃນງານ ຍັງໄດ້ມີການ ແລກປ່ຽນຄວາມຄິດເຫັນຫຼາຍບັນຫາກ່ຽວກັບທຸລະກິດຫຼັກຊັບ ພ້ອມທັງໂອກາດໃນການຮ່ວມມືໃນອະນາຄົດ.
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
