ເວລາ : November 29, 2021, 1:30 pmໃນລະຫວ່າງວັນທີ 24-25 ພະຈິກ 2021 ຜູ້ຕາງໜ້າຈາກ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບ (ຕລຊລ), ທະນາຄານສົ່ງເສີມກະສິກຳ (ທສກ) ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (ບລຈ) ໄດ້ພ້ອມກັນເດີນທາງໄປເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ເພື່ອຮັບຮູ້ກ່ຽວກັບນະໂຍບາຍດ້ານອາກອນ ແລະ ຄວາມເປັນໄປໄດ້ໃນການດຳເນີນທຸລະກິດຫຼັກຊັບ, ພ້ອມສຳຫຼວດຄວາມເປັນໄປໄດ້ໃນການສ້າງສາຂາ ບລຈ ແລະ ໜ່ວຍບໍລິການຂອງ ທສກ.
ໃນຕອນແລງຂອງວັນພະຫັດທີ່ຜ່ານມາ, ທ່ານນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ ຕລຊລ, ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທສກ, ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຄຄຊ, ທ່ານ ມະໂນລິດ ຊຸມພົນພັກດີ ຮອງຜູ້ອຳນວຍການ ທສກ ທັງເປັນ ປະທານສະພາບໍລິຫານ ບລຈ, ທ່ານ ລິນລີ ຜູ້ອຳນວຍການ ບລຈ, ທ່ານ ປອ. ສຸດທິເດດ ບຸນລືໄຊ ສະມາຊິກສະພາບໍລິຫານ ທັງເປັນຮອງຜູ້ອຳນວຍການ ບລຈ, ທ່ານ ຄອນທອງ ເລືອງຄຳມາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ຫຼວງນ້ຳທາ, ທ່ານ ເຫີ ບໍເວິນ ຜູ້ຈັດການພະແນກລະດົມການລົງທຶນ ກຸ່ມບໍລິສັດ ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນລາວ ຈຳກັດ ໄດ້ເປີດກອງປະຊຸມເພື່ອປຶກສາຫາລືຮ່ວມກັນ.
ໃນກອງປະຊຸມ ທ່ານ ຄອນທອງ ເລືອງຄຳມາ ໄດ້ແນະນຳກ່ຽວກັບນະໂຍບາຍໃນເຂດເສດຖະກິດພິເສດ ບໍ່ວ່າຈະເປັນນະໂຍບາຍອາກອນມູນຄ່າເພີ່ມ 5%, ອາກອນລາຍໄດ້ຂອງພະນັກງານ 5%, ອາກອນລາຍໄດ້ຂອງບໍລິສັດ 0-12%, ອາກອນຄ່າເຊົ່າ 5%, ທ່ານ ທ່ານ ເຫີ ບໍເວິນ ກໍ່ໄດ້ນຳສະເໜີລາຍລະອຽດກ່ຽວກັບການສ້າງສູນການຄ້າ ແລະ ການເງິນລະຫວ່າງປະເທດໃນເຂດເສດຖະກິດ, ການແປສະພາບສິນຄ້າກ່ອນການສົ່ງອອກ, ແຜນການຂົນສົ່ງ, ພ້ອມທັງໄດ້ຍົກຕົວຢ່າງຫົວໜ່ວຍທຸລະກິດທີ່ໂດດເດັ່ນໃນເຂດເສດຖະກິດພິເສດໂດຍສະເພາະແມ່ນ ບໍລິສັດ ລາວສາກົນ ICD ຈຳກັດ ທີ່ໄດ້ສ້າງສະຖານີເຄື່ອນຖ່າຍສິນຄ້າ.
ທ່ານ ນາງ ສາຍສະໝອນ ຈັນທະຈັກ ໄດ້ກ່າວວ່າປັດຈຸບັນ ທະນາຄານແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີໃຫ້ ທສກ ສ້າງຕັ້ງໜ່ວຍບໍລິການ, ພ້ອມກັບເຫັນດີ ແລະ ສະໜັບສະໜູນໃຫ້ ບລຈ ສ້າງຕັ້ງສາຂາ ໃນເຂດເສດຖະກິດພິເສດ ທັງຫວັງວ່າໃນອະນາຄົດເຂດເສດຖະກິດພິເສດຈະສາມາດດຶງດູດນັກລົງທຶນຈີນ ມາລົງທຶນໃນຕະຫຼາດທຶນລາວຫຼາຍຂຶ້ນ ເພື່ອເປັນການສົ່ງເສີມຫົວໜ່ວຍວິສາຫະກິດພາຍໃນອີກດ້ວຍ. ທ່ານ ສຽວສະຫວາດ ທີລະກຸນ ໄດ້ກ່າວວ່າ ປັດຈຸບັນ ສຄຄຊ ພວມສົ່ງຄຳຮ້ອງເຖິງກະຊວງການເງິນ ເພື່ອຂໍນະໂຍບາຍພິເສດສຳລັບບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບຕື່ມອີກ. ທ່ານ ສຸພັກ ຖິ່ນໄຊພອນ ໄດ້ກ່າວວ່າ ລົດໄຟລາວ-ຈີນ ແມ່ນພວມຈະເປີດຢ່າງເປັນທາງການ, ການລະບາດຂອງພະຍາດໂຄວິດ 19 ກໍ່ຈະຈົບລົງໃນທີ່ສຸດ, ການຮ່ວມມືລະຫວ່າງສອງຊາດກໍ່ຈະຍິ່ງເພີ່ມທະວີຂຶ້ນອີກກ້າວໜຶ່ງ. ດັ່ງນັ້ນ, ຍ້ອນການເບິ່ງກວ້າງເຫັນໄກຂອງຜູ້ບໍລິຫານ ບລຈ ແລະ ທສກ, ຈິ່ງໄດ້ກຳນົດແຜນການສ້າງບຸກຄະລາກອນເພື່ອໃຫ້ບໍລິການແກ່ນັກລົງທຶນບຸກຄົນ ແລະ ສະຖາບັນໄວ້ລ່ວງໜ້າ. ທ່ານ ມະໂນລິດ ຊົມພົນພັກດີ ປະທານສະພາບໍລິຫານ ບລຈ ໄດ້ກ່າວວ່າຫຼັງມີການເປີດນຳໃຊ້ ລົດໄຟ ລາວ-ຈີນ ຢ່າງເປັນທາງການແລ້ວ ຈະມີການພັດທະນາໃນຫຼາຍດ້ານ, ພວກເຮົາມາທີ່ນີ້ ແມ່ນອີງຕາມເນື້ອໃນຈິດໃຈທັງໝົດຂອງຂາຮຸ້ນ ເພື່ອສຶກສາຄວາມເປັນໄປໄດ້ໃນການເປີດສາຂາຂອງ ບລຈ ພາຍໃນເຂດເສດຖະກິດພິເສດ. ຊຶ່ງພາຍຫຼັງການສຳຫຼວດຕົວຈິງແລ້ວກໍຍິ່ງເຫັນໄດ້ເຖິງໂອກາດທາງທຸລະກິດອັນດີ, ໃນຂັ້ນຕໍ່ໄປພວກເຮົາຍັງຈະປຶກສາຫາລືເພີ່ມຕື່ມເຖິງລະບຽບການກະກຽມການສ້າງຕັ້ງສາຂາຂອງ ບລຈ. ທ່ານ ລິນລີ ຜູ້ອຳນວຍການ ບລຈ ໄດ້ກ່າວວ່າ ໃນເດືອນກຸມພາທີ່ຜ່ານມາ ບລຈ ແລະ ເຂດເສດຖະກິດພິເສດໄດ້ລົງນາມໃນບົດບັນທຶກການຮ່ວມມືໃນການເປັນຄູ່ຮ່ວມຍຸດທະສາດ ໃນການແນະນຳ 1-2 ບໍລິສັດທີ່ມີສັກກະຍາພາບ ແລະ ຄວາມພ້ອມໃນການຈົດທະບຽນ, ໃນລະຫວ່າງການຢ້ຽມຢາມໃນຄັ້ງນີ້ ຄະນະຜູ້ບໍລິຫານໄດ້ພາໄປຢ້ຽມຊົມ ສູນວາງສະແດງເຂດເສດຖະກິດພິເສດ, ບ່ອນເຄື່ອນຖ່າຍສິນຄ້າບໍ່ເຕ່ນ, ສະຖານີລົດໄຟ ລາວ-ຈີນ ບໍ່ເຕ່ນ, ບໍລິສັດ ລາວສາກົນ ICD ຈຳກັດ ແລະ ສຶກສາເບິ່ງຈຸດທີ່ຄາດວ່າຈະນຳໃຊ້ເປັນອາຄານສຳລັບສາຂາຂອງ ບລຈ ແລະ ໜ່ວຍບໍລິການຂອງ ທສກ.
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
