LSC Company LOGO
ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ
  • ລ
  • En
  • 中
ສົ່ງຄຳຄິດເຫັນ
  • ໜ້າຫຼັກ
  • ຂ່າວສານ
    • ແຈ້ງການ
    • ຂ່າວສານບໍລິສັດ
    • ຂ່າວສານພາຍໃນ
  • ບໍລິການ
            • ນາຍໜ້າຊື້-ຂາຍ ຫຼັກຊັບ
            • ທີ່ປຶກສາດ້ານການເງິນ
            • ຜູ້ຄໍ້າປະກັນການອອກຈໍາໜ່າຍຫຼັກຊັບ
            • ຜົນສຳເລັດໂຄງການທີ່ຜ່ານມາ
          • ຜະລິດຕະພັນ
            • ຮຸ້ນສາມັນ
            • ພັນທະບັດ
          • ດາວໂຫຼດ
            • ໂປແກຣມ ດາວໂຫລດ
            • ໂປຼແກຣມເສີມສຳລັບ Windows Home Edition
            • ໂປຼແກຣມຈຳລອງການຊື້ ຂາຍຮຸ້ນ
            • ເອກະສານ ດາວໂຫລດ
            • ລາຍງານການຊື້-ຂາຍຮຸ້ນປະຈຳວັນ
            • ແບບຟອມເປີດບັນຊີຮຸ້ນ
            • ແບບຟອມເປີດບັນຊີພັນທະບັດ
          • ກ່ຽວກັບ
            • ປະຫວັດຫຍໍ້ຂອງບໍລິສັດຫລັກຊັບ ລາວ-ຈີນ ຈຳກັດ
            • ປະຫວັດຫຍໍ້ໍຂອງຜູ້ຖືຮຸ້ນ
            • ວັດທະນະທຳບໍລິສັດ
            • ແຜນຍຸດທະສາດໃນການດໍາເນີນທຸລະກິດ
            • ໂຄງຮ່າງການຈັດຕັ້ງ
          • ຕິດຕໍ່ພວກເຮົາ
            • ພະແນກນາຍໜ້າຊື-ຂາຍຫຼັກຊັບ
            • ພະແນກທີ່ປຶກສາທາງການເງິນ

          ພິທີມອບຮັບໃບອະນຸຍາດດໍາເນີນທຸລະກິດຂອງບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ

          ເວລາ : January 14, 2022, 3:00 pm

          ໃນຕອນບ່າຍຂອງວັນທີ 14 ມັງກອນ 2022 ທີ່ ຫ້ອງປະຊຸມໃຫຍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ຈັດພິທີມອບຮັບໃບອະນຸຍາດດໍາເນີນທຸລະກິດຂອງ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ, ຮອງຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ລິນລີ, ຜູ້ອໍານວຍການ ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ພ້ອມດ້ວຍບັນດາແຂກທີ່ມີກຽດຈາກ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ 4 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບໍລິສັດຫຼັກຊັບ ທຄຕລ-ກລ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີດັ່ງກ່າວ.

          ຈຸດປະສົງຂອງພິທີໃນຄັ້ງນີ້ ແມ່ນເພື່ອມອບຮັບໃບອະນຸຍາດດໍາເນີນທຸລະກິດສະບັບໃໝ່ໃຫ້ແກ່ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ປ່ຽນແທນໃບອະນຸຍາດດໍາເນີນທຸລະກິດສະບັບເດີມ. ໂດຍອີງຕາມກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບ ປຸງ), ເລກທີ 79/ສພຊ, ລົງວັນທີ 3 ທັນວາ 2019 ທີ່ໄດ້ກໍານົດເພີ່ມຕື່ມກ່ຽວກັບຂອບເຂດການດໍາເນີນທຸລະກິດຂອງບໍລິສັດຫຼັກຊັບ.

          ສະນັ້ນ, ການມອບຮັບໃບອະນຸຍາດດໍາເນີນທຸລະກິດໃຫ້ແກ່ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ໃນຄັ້ງນີ້, ຈຶ່ງເຮັດໃຫ້ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ກາຍເປັນບໍລິສັດຫຼັກຊັບໃນ ສປປ ລາວ ແຫ່ງທຳອິດທີ່ສາມາດດຳເນີນທຸລະກິດໄດ້ 6 ປະເພດຕາມການກຳນົດຂອງ ຄະນະກຳມະການຄຸ້ມຄອງຫຼັກຊັບ ຄື: (1) ທີ່ປຶກສາທາງດ້ານການເງິນ; (2) ທີ່ປຶກສາ ດ້ານການລົງທຶນກ່ຽວກັບຫຼັກຊັບ; (3) ນາຍໜ້າຊື້ ຂາຍ ຫຼັກຊັບ ຕາມການສັ່ງຊື້ ຫຼື ສັ່ງຂາຍຂອງຜູ້ລົງທຶນ; (4) ຄ້າຫຼັກຊັບໃນນາມບໍລິສັດຫຼັກຊັບ; (5) ຄໍ້າປະກັນການອອກຈຳໜ່າຍຫຼັກຊັບ ແລະ (6) ບໍລິຫານກອງທຶນສ່ວນບຸກຄົນ.

          ພ້ອມນັ້ນ, ການມອບຮັບໃບອະນຸຍາດດໍາເນີນທຸລະກິດໃຫ້ແກ່ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ໃນຄັ້ງນີ້ ຍັງເປັນໜໍ່ແໜງໃນການໃຫ້ບໍລິການໃໝ່ ກໍ່ຄື ການໃຫ້ບໍລິການທີ່ປຶກສາດ້ານການລົງທຶນກ່ຽວກັບຫຼັກຊັບ ແລະ ການສ້າງຜະ ລິດຕະພັນໃໝ່ ກໍ່ຄື ກອງທຶນສ່ວນບຸກຄົນ ໃນຂະແໜງການຕະຫຼາດທຶນລາວ.

          ໂດຍອີງຕາມບົດຮຽນ ແລະ ປະສົບການຂອງຕະຫຼາດການເງິນສາກົນ, ຄວາມຈະເລີນກ້າວໜ້າຂອງຕະຫຼາດຫຼັກຊັບ ປາສະຈາກການພັດທະນາຂອງຂະແໜງການກອງທຶນບໍ່ໄດ້. ໃນໄລຍະ 2018-2021, ຍອດຈຳໜ່າຍພັນທະບັດລັດ ຖະບານສະກຸນເງິນກີບຂອງກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວ ໄດ້ປະມານ 3.925 ຕື້ກີບ ແລະ ໃນໄລ ຍະ 2020-2021, ຍອດຈຳໜ່າຍພັນທະບັດລັດຖະບານສະກຸນເງິນໂດລາຂອງກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວ ໄດ້ປະມານ 58,8 ລ້ານໂດລາສະຫະລັດ. ສະພາບການດັ່ງກ່າວ ໄດ້ສ້າງເງື່ອນໄຂພື້ນຖານທີ່ດີໃຫ້ແກ່ການພັດທະນາກອງທຶນສ່ວນບຸກຄົນ.

          ດ້ວຍເຫດນັ້ນ, ພິທີດັ່ງກ່າວຈຶ່ງຖືເປັນຈຸດໝາຍອັນສຳຄັນໃນການເພີ່ມທະວີການຂະຫຍາຍຕົວຂອງວຽກງານຫຼັກຊັບ ເວົ້າລວມ, ເວົ້າສະເພາະ ກໍ່ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດທຶນລາວໃນອະນາຄົດ.

          ເວລາ : January 14, 2022, 3:00 pm

          ພວກສ່ວນຄຸ້ມຄອງ

          ຜູ້ຖືຮຸ້ນ

          ບໍລິສັດຈົດທະບຽນ             

          bol apb apb
          apb ps ps
          bcel edlgen ptl svn pcd lcc mht lat vcl lalco         

          • ສະໝັກວຽກກັບພວກເຮົາ
          • call ຕິດຕໍ່ພວກເຮົາ
          ສະຫງວນລິຂະສິດ © 2025 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່:​ ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ.
          Facebook
          [ ຈຳນວນຜູ້ເຂົ້າຊົມ: 70,182 ]