ເວລາ : April 7, 2022, 2:31 pmໃນວັນທີ 1 ເມສາ 2022 ທີ່ຜ່ານມາ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (ບລຈ) ແລະ ຕະຫຼາດຫຼັກຊັບລາວ (ຕລຊລ), ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ (ທຄຕລ-ກທ) ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ (ລ້ານຊ້າງ)
ຮ່ວມກັບ ທະນາຄານແຫ່ງ ສປປ ລາວ (ທຫລ) ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ການລົງທຶນໃນຫຼັກຊັບ: ຮຸ້ນ ແລະ ພັນທະບັດລັດຖະບານ” ຂຶ້ນທີ່ ສະໂມສອນ ທຫລ ສາຂາພາກເໜືອ ແຂວງຫຼວງພະບາງ
ໂດຍການເປັນປະທານຮ່ວມຂອງ ທ່ານ ຄຶ້ມ ມິລິດ ຮອງຫົວໜ້າຫ້ອງວ່າການ ແຂວງຫຼວງພະບາງ, ທ່ານ ນາງ ໂພທິຈັນ ທຳມະເທວາ ຫົວໜ້າ ທຫລ ສາຂາພາກເໜືອ ແຂວງຫຼວງພະບາງ ແລະ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່
ຕລຊລ. ພ້ອມນັ້ນ ຍັງມີ ທ່ານ ປອ. ສຸດທິເດດ ບຸນລືໄຊ ຮອງຜູ້ອຳນວຍການ ບລຈ, ຄະນະອຳນວຍການຈາກ ທຄຕລ-ກທ ແລະ ລ້ານຊ້າງ, ພະນັກງານຈາກພະແນກການກ່ຽວຂ້ອງ, ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ, ບັນດາຫົວໜ່ວຍ
ທຸລະກິດ ແລະ ພະນັກງານກ່ຽວຂ້ອງພາຍໃນນະຄອນຫຼວງພະບາງເຂົ້າຮ່ວມ ຫຼາຍກວ່າ 50 ທ່ານ.
ຈຸດປະສົງຂອງກອງປະຊຸມສຳນມະນາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ ໃຫ້ແກ່ພະນັກງານລັດຖະກອນ ແລະ ພາກເອກະຊົນ ກໍ່ຄື ພາກສ່ວນຕ່າງໆໃນສັງຄົມ,
ຊຶ່ງຖືເປັນວຽກງານບູລິມະສິດໜຶ່ງໃນ “ແຜນຍຸດທະສາດການພັດທະນາຕະຫຼາດທຶນຂອງ ສປປ ລາວ ແຕ່ປີ 2016-2025” ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ເວົ້າລວມ, ເວົ້າສະເພາະ ກໍ່ຄືມວນຊົນພາຍໃນແຂວງຫຼວງພະບາງໃຫ້ຮັບຮູ້ກ່ຽວກັບພາລະບົດບາດຂອງ ຕລຊລ,
ການລົງ ທຶນໃນຜະລິດຕະພັນຂອງ ຕລຊລ ຄື: ຮຸ້ນ ແລະ ພັນທະບັດລັດຖະບານ, ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບຈາກການລົງທຶນໃນຜະລິດຕະພັນເຫຼົ່ານັ້ນ.
ກອງປະຊຸມສຳມະນາດັ່ງກ່າວ ໄດ້ຮັບຟັງການນຳສະເໜີໃນ 3 ຫົວຂໍ້ ຄື: 1 ພາບລວມຕະຫຼາດທຶນລາວ ແລະ ພາລະບົດບາດຂອງຕະຫຼາດຫຼັກຊັບລາວ; 2 ການລົງທຶນໃນຮຸ້ນ ແລະ 3 ການລົງທຶນໃນພັນທະບັດລັດຖະບານ.ໂດຍ ທ່ານ ປອ. ສຸດທິເດດ ບຸນລືໄຊ ຮອງຜູ້ອຳນວຍການ ບລຈ
ໄດ້ຂຶ້ນນຳສະເໜີໃນຫົວຂໍ້ການລົງທຶນໃນຮຸ້ນ, ຊຶ່ງໄດ້ຍົກໃຫ້ເຫັນກ່ຽວກັບ ຮຸ້ນແມ່ນຫຍັງ, ຜົນຕອບແທນ ແລະ ຄວາມສ່ຽງໃນການລົງທຶນໃນຮຸ້ນ, ພາລະບົດບາດຂອງບໍລິສັດຫຼັກຊັບ, ການເປີດບັນຊີ ແລະ ການຊື້ ຂາຍຫຼັກຊັບ.
ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາເຄິ່ງວັນ ແຕ່ກໍ່ເຕັມໄປດ້ວຍເນື້ອໃນອັນຄົບຖ້ວນ ແລະ ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ, ຊຶ່ງໄດ້ເຮັດໃຫ້ນັກສຳມະນາກອນ ມີຄວາມເຂົ້າໃຈຫຼາຍຂຶ້ນ
ກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ,ໂດຍສະເພາະແມ່ນການລົງທຶນໃນຜະລິດຕະພັນຂອງ ຕລຊລ.ໃນການໄປເຄື່ອນໄຫວວຽກງານຂອງ ບລຈ ຢູ່ ນະຄອນຫຼວງພະບາງ ໃນຄັ້ງນີ້ ທ່ານ ປອ.ສຸດທິເດດ ບຸນລືໄຊ ຮອງຜູ້ອຳນວຍການ ບລຈ ຍັງໄດ້ຮ່ວມກັບຄະນະອຳນວຍການຈາກ ທຄຕລ-ກທ ແລະ ລ້ານຊ້າງ
ເຂົ້າພົບປະກັບຄະນະນຳຂອງສາຂາ 3 ທະນາຄານຕົວແທນຈຳໜ່າຍພັນທະບັດລັດຖະບານ ຄື: ທະນາຄານສົ່ງເສີມກະສິກຳ,ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທະນາຄານພັດທະນາລາວ ເພື່ອເຮັດແນວໃດໃຫ້ວຽກງານການຈຳໜ່າຍ
ພັນທະບັດລັດຖະບານມີຄ່ອງຕົວ ແລະ ເປັນຜະລິດຕະພັນທີ່ມວນຊົນພາຍໃນແຂວງຫຼວງພະບາງຮູ້ຈັກ ແລະ ເປັນທາງເລືອກໜຶ່ງໃນການລົງທຶນ. ນອກນັ້ນ, ຍັງໄດ້ມີການແລກປ່ຽນຄຳເຫັນດ້ານວິຊາການກ່ຽວກັບຂໍ້ສະດວກຂໍ້ຫຍຸ້ງຍາກ ແລະ ສິ່ງທີ່ຄວນປັບປຸງໃນການຈຳໜ່ວຍພັນທະບັດລັດຖະບານ.
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
