ເວລາ : August 24, 2022, 4:03 pmໃນຕອນບ່າຍຂອງວັນທີ 23 ສິງຫາ 2022 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ສະມາຊິກພັກ ແລະ ພະນັກງານຂອງ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (ບລຈ) ຈຳນວນ 15 ທ່ານ,
ຊຶ່ງນຳໂດຍ ທ່ານ ປອ. ສຸດທິເດດ ບຸນລືໄຊ ຮອງຜູ້ອຳນວຍການ ບລຈ ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່-ເຊື່ອມຊຶມ ເນື້ອໃນເອກະສານຜົນສຳເລັດການດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ 6 ສະໄໝທີ IV
ແລະ ເອກະສານສຳຄັນອື່ນໆຈຳນວນໜຶ່ງ.
ກອງປະຊຸມເຜີຍແຜ່ຄັ້ງນີ້ແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ນ. ວັດທະນາ ດາລາລອຍ ກໍາມະການປະຈໍາພັກ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ,
ຊຶ່ງກອງປະຊຸມດັ່ງກ່າວປະກອບດ້ວຍ ສະມາຊິກພັກ ແລະ ພະນັກງານຈາກ ສຄຄຊ, ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ 3 ບໍລິສັດຫຼັັກຊັບ ຄື: ບລຈ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 61 ທ່ານ.
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
