ເວລາ : February 14, 2014, 9:06 amລັດຖະບານລາວວາງແຜນການຈະເພີ່ມ ການຜະລິດພະລັງງານໄຟຟ້າຂຶ້ນຈາກປັດຈຸບັນເຖິງ 10 ເທົ່າພາຍໃນປີ2025 ດ້ວຍການສົ່ງເສີມການລົງທຶນ ກໍ່ສ້າງເຂື່ອນເພີ່ມຂຶ້ນອີກເຖິງ80 ໂຄງການ.ໃນປັດຈຸບັນນີ້ຢູ່ໃນລາວມີເຂື່ອນທີ່ກໍ່ສ້າງສໍາເລັດແລ້ວແລະຜະລິດກະແສໄຟຟ້າໄດ້ແລ້ວຈໍານວນ18 ໂຄງການ ມີພະລັງງານໄຟຟ້າໄດ້ລວມກັນເຖິງ12,039.67 ລ້ານກິໂລວັດ/ໂມງຕໍ່ປີ ແລະໃນນີ້ກໍໄດ້ສົ່ງໄປຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ(EGAT) ໃນປະລິມານລວມເຖິງ11,178.5 ລ້ານກິໂລວັດ/ໂມງຫຼືຄິດເປັນມູນຄ່າການສົ່ງອອກເຖິງ3,256 ຕື້ກີບຫຼືເກືອບ470 ລ້ານໂດລາ. ຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການ ກໍ່ສ້າງເຂື່ອນຜະລິດກະແສໄຟຟ້າໃຫ້ສໍາເລັດທັງ 80 ໂຄງນັ້ນ,ເຊີ່ງມີຄວາມສາມາດໃນການຜະລິດກະແສໄຟຟ້າເພີ່ມຂຶ້ນອີກຫຼາຍກວ່າ1 ແສນລ້ານກິໂລວັດ/ໂມງຫຼືເພີ່ມຂຶ້ນຈາກປະຈຸບັນນີ້ເຖິງ10 ເທົ່າພາຍໃນປີ2025, ເຮັດໃຫ້ ສປປລາວກາຍເປັນໝໍ້ໄຟຂອງເອເຊຍ(Battery of Asia).
|
ພວກສ່ວນຄຸ້ມຄອງ |
ຜູ້ຖືຮຸ້ນ |
ບໍລິສັດຈົດທະບຽນ |
ສະຫງວນລິຂະສິດ © 2026 ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ. ຕັ້ງຢູ່: ຫ້ອງການເບີ A6 ຂອງຕຶກເບີ 1 ເຂດເສດຖະກິດພິເສດບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ສປປ ລາວ. |
